ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກເຊິ່ງ​ຕໍ່​ສະພາບ​ຄວາມ​ໝັ້ນຄົງ​ຢູ່ ໄຮ​ຕິ


     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ ​ວັນ​ທີ 5 ມີນາ ນີ້​ວ່າ: ທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ເຣ​​ສ ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ໄດ້​ສະແດງ
ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກເຊິ່ງ​ຕໍ່​ສະພາບ​ການ​ຄວາມ​ໝັ້ນຄົງ​ຢູ່ ໄຮ​ຕິ ທີ່​ພວມ​ຮ້າຍ​ແຮງ​ຂຶ້ນ.

     ທ່ານ​ໄດ້​ຢືນຢັນ​ຄືນໃໝ່​ຄວາມ​ຈຳເປັນ​ຕ້ອງ​ຮີບ​ເຮັ່ງ​ມີ​ການ​ກະທຳ, ໂດຍ​ສະເພາະ​ແມ່ນ​ການ​ສະໜອງ​ດ້ານ​ການ​ເງິນ ​ໃຫ້​ແກ້​ພາລະ​ກຳ​ຄວາມ
​ໝັ້ນຄົງ​ແຫ່ງ​ຊາດ ໂດຍ​ສະຫະ​ປະຊາ​ຊາດ ອຸປະຖຳຢູ່​ປະເທດ​ນີ້. ໃນ​ເຫດການ​ທີ່​ກ່ຽວຂ້ອງ, ໃນ​ວັນ​ດຽວ​ກັນ, ພາຍຫຼັງ​ສະຖານທູດ ອາ​ເມ​ຣິ​ກາ
ແລະ ຝຣັ່ງ, ສະຖານທູດ ກາ​ນາ​ດາ ແລະ ແອັດ​ສະ​ປາຍ ປະຈຳ ໄຮ​ຕິ ໄດ້​ແຈ້ງ​ການ​ປິດ​ປະຕູ​ໂດຍ​ຊົ່ວຄາວ ແລະ ຍົກເລີກ​ທຸກ​ການ​ເຮັດ​ວຽກ
ຍ້ອນ​ເຫດຜົນ​ຄວາມ​ປອດ​ໄພ. ບໍລິສັດ​ການບິນ ອາ​ເມ​ຣິ​ກາ ແອ​ລາຍ ແລະ JetBlue ໄດ້​ຢຸດຕິ​ບັນດາ​ຖ້ຽວ​ບິນ​ໄປ​ຍັງ ໄຮ​ຕິ ໃນ​ວັນ​ດຽວ​ກັນ,
ອົງການ​ບັນດາ​ປະເທດ​ທະວີບ ອາ​ເມ​ຣິ​ກາ (OAS) ຮຽກຮ້ອງ​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ຢູ່​ສະຫະ​ປະຊາ​ຊາດ ເພື່ອ​ຟື້ນ​ຟູ​
ຄວາມ​ໝັ້ນຄົງ​ຢູ່​ປະເທດ​ນີ້.

     ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 02 ມີນາ ຫາຮຸ່ງ​ເຊົ້າ​ວັນ​ທີ 03 ມີນາ (ຕາມ​ເວລາ​ທ້ອງຖິ່ນ), ບັນດາ​ກຸ່ມ​ອາດຊະຍາ​ກອນ​ຢູ່ ໄຮ​ຕິ ໄດ້​ບຸກ
​ໂຈມ​ຕີ​ຄຸກ​ແຫ່ງ​ຊາດ​ເຮັດ​ໃຫ້​ມີ​ຢ່າງ​ໜ້ອຍ​ສຸດ 10 ຄົນ​ເສຍ​ຊີວິດ ແລະ ປ່ອຍ​ຕົວ​ນັກໂທດ​ນັບ​ພັນ​ຄົນ. ລັດຖະບານ ໄຮ​ຕິ ໄດ້​ປະກາດ​ຄຳ​ສັ່ງ​ສະ
ພາວະ​ສຸກ​ເສີນ ແລະ ຫ້າມ​ປະຊາຊົນ​ອອກເຮືອນ​ແຕ່​ເວລາ 18 ໂມງ ຫາ 5 ໂມງ​ຂອງ​ວັນ​ຕໍ່​ມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/03/2024